21 Feb 2012

Lao National Job Vacancy in Product Development Project in Champasak province

EDC – Posted by jobslaoChampassak Province

NOTE: This job listing has expired and may no longer be relevant!

Job Description

ຕຳແຫນ່ງວ່າງ

 

ໂຄງການສົ່ງເສີມຜະລິດຕະພັນອາຫານພື້ນເມືອງເພື່ອຮັບໃຊ້ການທ່ອງທ່ຽວ (PLUS for

Tourism Project) ແມ່ນໂຄງການຊ່ວຍເຫລືອທີ່ໄດ້ຮັບທຶນຈາກອົງການ Swisscontact

ຈຸດປະສົງແມ່ນແນໃສ່ສົ່ງເສີມຜະລິດຕະພັນທ້ອງຖິ່ນແຂວງຈຳປາສັກເພື່ອເປັນເຄື່ອງຝາກຂອງຕ້ອນ

ເປັນຕົ້ນແມ່ນຜະລິດຕະພັນທີ່ເຮັດຈາກຫມາກໄມ້, ຊີ້ນ,

ປາແລະເຄື່ອງຫັດຖະກຳຕ່າງໆ.

ໂຄງການຈັດຕັ້ງປະຕິບັດໂດຍບໍລິສັດທີ່ປຶກສາດ້ານການພັດທະນາແລະວິສາຫະ ກິດຈຳກັດ

(ອີດີຊີ) ຮ່ວມກັບສະພາການຄ້າແລະອຸດສາຫະກຳແຂວງຈຳປາສັກ.

ໂຄງການທົດລອງແມ່ນໄລຍະປີ 2011 – 2012, ເຊິ່ງຈະຕໍ່ໂຄງການອີກ 4 ປີ ລະຫວ່າງປີ

2013 – 2016.

 

ໂຄງການມີຕຳແຫນ່ງວ່າງຄື: “ຜູ້ປະສານງານໂຄງການ / ທີ່ປຶກສາທາງດ້ານທຸລະກິດ”

 

ຫນ້າທີ່ຮັບຜິດຊອບ

 

1.ຊ່ວຍຜູ້ຜະລິດໃນການປັບປຸງຜະລິດຕະພັນຂອງຕົນເຊັ່ນ ການຕະຫລາດ,

ການປັບປຸງການຫຸ້ມຫໍ່, ການສ້າງກາຫມາຍ (ໂລໂກ້),

ການປັບປຸງເຕັກນິກການຜະລິດແລະອື່ນໆທີ່ເມືອງປາກເຊ

2.

ເຊື່ອມໂຍງຜູ້ຜະລິດກັບບັນດາຜູ້ໃຫ້ບໍລິການແລະຜູ້ສະຫນອງປັດໃຈການຜະລິດເຊັ່ນໂຮງພິມ,

ຜູ້ສະຫນອງສິ່ງຫຸ້ມຫໍ່, ຜູ້ສະຫນອງເຄື່ອງຈັກອຸປະກອນການຜະລິດແລະອື່ນໆ

3.ຕິດຕາມການນຳໃຊ້ເຕັກນິກການບົວລະບັດຮັກສາຕົ້ນຫມາກມ່ວງທີ່ເມືອງຊະນະສົມບູນ

ແລະເມືອງຈຳປາສັກຕາມແຕ່ລະໄລຍະ

 

ເງື່ອນໄຂ

 

1.ເພດຊາຍ, ສັນຊາດລາວ, ອາຍຸລະຫວ່າງ 23–30 ປີ

2.ເປັນຄົນທ້ອງຖິ່ນ ຫລື ອາໄສຢູ່ເມືອງປາກເຊ, ແຂວງຈຳປາສັກ

3.ຈົບຊັ້ນສູງ ຫລື ປະລິນຍາຕີທາງດ້ານບໍລິຫານທຸລະກິດ, ພາສາອັງກິດ, ກະສິກຳ,

ການທ່ອງທ່ຽວ, ອື່ນໆ

4.ເວົ້າແລະຂຽນພາສາອັງກິດໄດ້ຂັ້ນພື້ນຖານ

5.ຮູ້ນຳໃຊ້ຄອມພິວເຕີ້ (Microsoft Office, email ແລະ Internet)

6.ເປັນນັກສຶກສາທີ່ຈົບໃໝ່ ຫຼື ມີປະສົບການເຮັດວຽກມາກ່ອນ

7.ມີຄວາມພ້ອມ ແລະ ຕ້ອງການພັດທະນາຄວາມຮູ້ຄວາມສາມາດຂອງຕົນ

ກ່ຽວກັບວຽກງານພັດທະນາ ແບບຍືນຍົງ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍ

 

ຖ້າສົນໃຈກະລຸນາສົ່ງ CV ພ້ອມກັບຮູບຖ່າຍຂະຫນາດ 3 x 4ຂອງທ່ານເຖິງ:

ສະພາການຄ້າແລະອຸດສາຫະກຳແຂວງຈຳປາສັກ (ຕໍ່ຫນ້າ UNITEL)

ຖະຫນົນເລກທີ 13, ບ້ານທ່າຫລວງ, ເມືອງປາກເຊ, ແຂວງຈຳປາສັກ

ໂທ: (856) 030 956 3956, ອີເມລ: vila.mr.08@gmail.com

 

ກຳນົດວັນສິ້ນສຸດຮັບສະຫມັກ: 09 ມີນາ 2012

 

ຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ ນາງອາລິສາ, ໂທ 020 97 949392, 030 956 3956

ຫລືເຂົ້າເບິ່ງເວັບໄຊ້ໂຄງການທີ່ www.edclaos.com/plus

 

ທາງເຮົາຈະໂທນັດສຳພາດພຽງແຕ່ຜູ້ທີ່ໄດ້ຮັບການຄັດເລືອກເທົ່ານັ້ນ

Job Categories: Other. Job Types: Lao National.

134 total views, 1 today

Apply for this Job